ເຄື່ອນຍ້າຍອັດຖິ ນາຍທະຫານຂັ້ນສູງ ໄປສະຖິດໄວ້
ສຸສານນັກຮົບປະຕິວັດແຫ່ງຊາດ
ວັນທີ 10 ມີນາ 2023 ນີ້, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ແລະ ຄອບຄົວ ໄດ້ຈັດພິທີເຄື່ອນຍ້າຍອັດຖິຂອງວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍທະຫານຂັ້ນສູງ ແລະ ພະນັກງານປະຕິວັດອາວຸໂສ, ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ (ຫຼັກ 24 ) ນະຄອນຫຼວງວຽງ
ຈັນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງ,
ຄະນະຮັບຜິດຊອບ ແລະ ຄອບຄົວຍາດພີ່ນ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ໃນນາມຄະນະຮັບຜິດຊອບ ໄດ້ກ່າວວ່າ: ເພື່ອເປັນການ ສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ປະຕິບັດນະໂຍບາຍຕໍ່ບັນດາສະຫາຍວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ, ນາຍທະຫານຂັ້ນສູງ ແລະ ພະ ນັກງານປະຕິວັດອາວຸໂສທີ່ໄດ້ເສຍຊີວິດໄປແລ້ວ, ເຊິ່ງບັນດາສະຫາຍເຫຼົ່ານັ້ນແມ່ນຜູ້ທີ່ໄດ້ປະກອບ ສ່ວນ ແລະ ອຸທິດເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນ ຍາຂອງຕົນເຂົ້າໃນພາລະກິດການປະຕິວັດຊາດປະຊາທິປະໄຕ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ດັ່ງນັ້ນ, ກະຊວງປ້ອງກັນປະເທດຈຶ່ງໄດ້ຈັດພິທີ ອັນຊົງກຽດນີ້ຂຶ້ນ ເພື່ອນຳເອົາອັດຖິຂອງບັນດາ ສະຫາຍ ມາສະຖິດໄວ້ສຸສານນັກຮົບປະຕິວັດແຫ່ງຊາດແຫ່ງນີ້ຢ່າງສົມກຽດ, ເຊິ່ງຄັ້ງນີ້ເປັນ ຊຸດທີ XIV ມີຈຳ ນວນທັງໝົດ 52 ອັດຖິ, ໃນນັ້ນ, ມີກົມໃຫຍ່ການເມືອງກອງທັບຈຳນວນ 6 ອັດຖິ, ກົມໃຫຍ່ເສນາທິການກອງທັບ 6 ອັດຖິ, ກົມໃຫຍ່ພະລາທິການກອງ ທັບ 4 ອັດຖິ, ກົມໃຫຍ່ເຕັກນິກກອງທັບ 2 ອັດຖິ ແລະ ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ຈຳນວນ 34 ອັດຖິ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບ ໄດ້ທຳພິທີທາງສາດສະໜາຕາມຮີດຄອງປະເພນີ ກອ່ນຈະນຳເອົາອັດຖິຂອງແຕ່ລະສະຫາຍເຂົ້າສະຖິດໄວ້ສຸສານປະຕິວັດແຫ່ງຊາດ ຢ່າງສົມກຽດ.
ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 13/03/2023